ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຄື່ອງບິນການຄ້າ C919 ຂອງຈີນ ເດີນທາງຮອດອິນໂດເນເຊຍເປັນຄັ້ງທຳອິດ


ເຄື່ອງບິນ ARJ21

     ອີງຕາມຂ່າວສານ CRI ແຈ້ງໃຫ້ຮູ້ໃນ ວັນທີ 11 ມີນາ 2024 ຜ່ານມານີ້ວ່າ: ຫວ່າງມໍ່ໆມານີ້, ເ​ຄື່ອງບິນ ARJ21 ແລະ ເຄື່ອງບິນ C919
ເຊິ່ງເປັນເຄື່ອງບິນການຄ້າຂອງຈີນ ໄດ້ເດີນທາງ ຮອດສະໜາມບິນສາກົນໂຊກາໂນຮາຕາ ທີ່ນະຄອນຫຼວງຈາກາຕ້າ ຂອງອິນໂດເນເຊຍເປັນຄັ້ງທຳ
ອິດ ເພື່ອເຂົ້າຮ່ວມງານ ວາງສະແດງເປັນເວລາສອງວັນ.

     ບໍລິສັດເຄື່ອງບິນການຄ້າຈີນ ໄດ້ຢືນຢັນວ່າ: ນັບແຕ່ເຄື່ອງບິນ ARJ21 ເລີ່ມໃຫ້ບໍລິການດ້ານການຄ້າໃນເດືອນມິຖຸນາ ປີ 2016 ເປັນຕົ້ນມາ,
ໄດ້ມີການສົ່ງມອບ ເຄື່ອງບິນ 127 ລຳ ໃຫ້ແກ່ບໍລິສັດ ແອຣ໌ ໄຊນາ (Air China), ບໍລິສັດ ໄຊນາ ອິສ໌ເທິນ (China eastern), ບໍລິສັດການ
ບິນ ທຣານສ໌ນູຊາ (TransNusa) ອິນໂດເນເຊຍ ແລະ ອື່ນໆ, ເຊິ່ງ ສາຍການບິນທັງໝົດ ໄດ້ປະຕິບັດການບິນຕາມເສັ້ນທາງການບິນຫຼາຍກວ່າ
400 ສາຍ, ບິນ ໄປສູ່ຕົວເມືອງຫຼາຍກວ່າ 140 ແຫ່ງ, ໄດ້ຂົນສົ່ງຜູ້ໂດຍສານຢ່າງປອດໄພຫຼາຍກວ່າ 11 ລ້ານ ເທື່ອຄົນ.

     ໃນນັ້ນ, ເຄື່ອງບິນ ARJ21 ສອງລຳຂອງບໍລິສັດ ການບິນ TransNusa ໄດ້ເປີດ ເສັ້ນທາງການບິນ 4 ສາຍຢູ່ ຈາກາຕາ ເພື່ອບິນໄປສູ່ຕົວ
ເມືອງ 5 ແຫ່ງ ແລະ ໄດ້ຂົນສົ່ງຜູ້ໂດຍສານຢ່າງປອດໄພຫຼາຍກວ່າ 100.000 ເທື່ອຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/03/2024